Laos Open SDG Data Platform

18 ເປົ້າໝາຍການພັດທະນາແບບຍືນຍົງ ສຳລັບ ສປປ ລາວ

ເປົ້າໝາຍ ການພັດທະນາແບບຍືນຍົງ (SDGs) ແມ່ນວານລະຂອງການພັດທະນາຂອງທຸກປະເທດໃນທົ່ວໂລກເຊິ່ງ ຮຽກຮ້ອງໃຫ້ມີການລົບລ້າງຄວາມທຸກຍາກ, ພ້ອທັງເປັນການປົກປ້ອງ ແລະ ປັບປຸງຊີວິດການເປັນຢູ່ຂອງທຸກໆຄົນ ໃນທຸກໆຫົນແຫ່ງໃນໂລກນີ້ ໃຫ້ນັບມື້ນັບດີຂຶ້ນ. ອົງການສະຫະປະຊາຊາດ ໄດ້ຮັບຮອງເອົາວາລະປີ 2030 ເພື່ອການພັດທະນາແບບຍືນຍົງ ທີ່ປະກອບມີ 17 ເປົ້າໝາຍ. ສຳລັບ ລັດຖະບານແຫ່ງ ສປປ ລາວ ໄດ້ຕົກລົງຮັບຮອງເອົາ ເປົ້າໝາຍການພັດທະນາແບບຍືຍຍົງແຫ່ງຊາດ ເພື່ອຫຼຸດຜ່ອນຜົນກະທົບຈາກລະເບີດບໍ່ທັນແຕກໃນການພັດທະນາປະເທດ ຊຶ່ງແມ່ນເປົ້າໝາຍທີ່ 18 ແລະ ໄດ້ຖືກຮັບການປະກາດເອົາຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ບັນ ກີ ມູນ, ອະດີດເລຂາທິການໃຫຍ່ ຂອງອົງການ ສປຊ ໃນເດືອນ ກັນຍາ ປີ 2015.

ຂໍ້ມູນຂອງພວກເຮົາສໍາລັບຕົວຊີ້ວັດເປົ້າຫມາຍການພັດທະນາແບບຍືນຍົງ

ກະລຸນາຄລິກເປົ້າຫມາຍເພື່ອເບິ່ງຕົວຊີ້ວັດ.

ດາວໂຫລດຂໍ້ມູນທັງ ໝົດ

ດາວໂຫລດຂໍ້ມູນທັງ ໝົດ
ແຟ້ມ ZIP - 197.6 kB
ຂໍ້ມູນຖືກປັບປຸງ ໃໝ່ ລ້າສຸດ - Jun 27, 2021